ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ ທຽບຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບ


ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນນາຍທະຫານ ແລະ ປະດັບທຽບຊັ້ນນັກຮຽນທີ່ຮຽນຈົບຈາກສາຍລັດຢູ່ ກົມໃຫຍ່ພະລາທິການກອງທັບ

    ວັນທີ 2 ເມສາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນນາຍທະຫານ ແລະ ປະດັບ
ທຽບຊັ້ນນັກຮຽນທີ່ຮຽນຈົບຈາກສາຍລັດຢູ່ ກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາ
ມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ
ຮາກຖານທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ແລະ ນາຍທະຫານ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ປະດັບທຽບຊັ້ນໃໝ່
ເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງອ້ວນ ຄໍາວັນທອງ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງ
ກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຈາກຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ, ອີງຕາມ ກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ ສະບັບປັບປຸງໃນພາກທີ II, ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມ ການຄົ້ນຄ້ວາ ແລະ
ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍານວນ 64 ສະ
ຫາຍ, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ, ຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ, ອີງຕາມ
ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 3 ມາດຕາ 22
ແລະ ມາດຕາ 23, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງ, ເລື່ອນຊັ້ນ, ເລື່ອນ
ທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ, ຈໍານວນ 189 ສະຫາຍ, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ
ຂຶ້ນຊັ້ນ ຮ້ອຍເອກ, ຈໍານວນ 127 ສະຫາຍ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ ຮ້ອຍຕີ ຂຶ້ນ ຊັ້ນຮ້ອຍ
ໂທ ຈໍານວນທັງໝົດ 66 ສະຫາຍ ແລະ ປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບມາຈາກສາຍລັດ, ຊັ້ນຮ້ອຍໂທ ຈໍານວນ 46 ສະຫາຍ, ທຽບຊັ້ນ
ຮ້ອຍຕີ ຈໍານວນ 9 ສະຫາຍ, ເຊິ່ງລວມຈໍານວນທັງໝົດ: 501 ສະຫາຍ.

     ໃນໂອກາດ, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ໄດ້ໃຫ້ກຽດໂອ້ລົມຕໍ່ພິທີການປະກາດເລື່ອນຊັ້ນ, ທຽບ
ຊັ້ນ ໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບ ໃນຄັ້ງນີ້, ກ່ອນອື່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນ
ດາສະຫາຍຍາດມາໄດ້, ເຊີ່ງໄດ້ສະແດງເຖີງຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ, ກໍຄືການຕັ້ງໜ້າປະກອບສ່ວນເຂົ້າໃນ
ວຽກງານການເມືອງຂອງກົມກອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຈົບງາມ, ຮຽກຮ້ອງມາຍັງຄະ
ນະພັກ-ຄະນະບັນຊາ, ໂດຍສະເພາະ ຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນ ແລະ ປະດັບທຽບຊັ້ນ ໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນເອົາໃຈໃສ່ຖືເປັນສໍາ
ຄັນຕໍ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັກກົກ ແລະ ຖືເປັນວຽກງານແຖວໜ້າ, ສອດຫ້ອຍເຂົ້າທຸກຂົງເຂດວຽກງານການເມືອງຂອງ
ກົມກອງຢ່າງເປັນປົກກະຕິ, ສືບຕໍ່ຝຶກຝົນຫຼຸໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດ
ວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ພ້ອມທັງເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດ
ທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງ
ສັດຕູ, ຕອບຕ້ານ ແລະ ສະກັດກັ້ນໃນການໂຄສະນາບຶດເບື່ອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ
ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດຕ່າງໆ ຂອງຊາດ
ຂອງພັກ ແລະ ຂອງກອງທັບ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນໃນທົ່ວກອງທັບ ແລະ ສ້າງຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດ
ປ່ຽນແທນໃນອາຄົດຂອງກອງທັບ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 03/04/2024